728x90 AdSpace

Ads[none]

Ads[none]

วันจันทร์ที่ 8 มกราคม พ.ศ. 2561

ສົນໃຈໄປສຶກສາຕໍ່ ທີ່ປະເທດອັງກິດ, ກະລຸນາ ອ່ານທາງນີ້ !!!


ງານເຜີຍແຜ່ການຮຽນພາສາອັງກິດ & ການສຶກສາຢູ່ສະຫະລາຊະອານາຈັກອັງກິດ 2018
ສະຖານທູດອັງກິດປະຈໍານະຄອນຫຼວງວຽງຈັນ ຈະໄດ້ຈັດງານເຜີຍແຜ່ Education is GREAT ເປັນຄັ້ງທໍາອິດທີ່ເຄີຍມີມາໃນ ສປປ ລາວ ທີ່ສະໜັບສະໜູນການສຶກສາອັງກິດແລະການຮຽນພາສາອັງກິດ; ງານດັ່ງກ່າວຈະໃຫ້ຂໍ້ມູນທີ່ເປັນປະໂຫຍດ ແລະ ໃຫ້ຄໍາແນະນໍາໃນການສຶກສາ ທີ່ມະຫາວິທະຍາໄລຂອງສະຫະລາຊະອານາຈັກອັງກິດ ແລະ ທີ່ວິທະຍາເຂດຕ່າງໆໃນບັນດາປະເທດອາຊຽນ.

ງານເຜີຍແຜ່ໄດ້ພາພວກເຮົາໄປທີ່ 4 ເມືອງໃຫ່ຍຂອງ ສປປ ລາວ:
ວັນທິ 22 ມັງກອນ 2018 ນະຄອນຫຼວງວຽງຈັນ, ທີ່ ມະຫາວິທະຍາໄລແຫ່ງຊາດ, ເລີ່ມ 10:00-18:30, ເຂົ້າຮ່ວມໄດ້ເລີຍ ໂດຍບໍ່ຕ້ອງລົງທະບຽນ.
ວັນທີ 25 ມັງກອນ 2018 ຫຼວງພະບາງ, ທີ່ ມະຫາວິທະຍາໄລສຸພານຸວົງ
ວັນທີ 30 ມັງກອນ 2018 ສະຫວັນນະເຂດ, ທີ່ ມະຫາວິທະຍາໄລສະຫວັນນະເຂດ
ວັນທີ10 ກຸມພາ 2018 ນະຄອນຫຼວງວຽງຈັນ, ທີ່ ໂຮງແຮມ ຄຣາວພລາຊາ
ວັນທີ 27 ກຸມພາ 2018 ປາກເຊ, ທີ່ ມະຫາວິທະຍາໄລ ຈໍາປາສັກ

ທຸກໆງານຂອງການເຜີຍແຜ່ການຮຽນພາສາອັງກິດ ແລະ ການສຶກສາຢູ່ສະຫະລາຊະອານາຈັກອັງກິດແມ່ນຈະເປັນງານທີ່ຈັດຂຶ້ນແບບເຕັມມື້ ທີ່ລວມມີງານວາງສະແດງເຜີຍແຜ່ຂໍ້ມູນຈາກມະຫາວິທະຍາໄລ ແລະ ຫຼັກສູດພາສາອັງກິດ, ພ້ອມດ້ວຍການບັນຍາຍຈາກແຂກຮັບເຊີນສຸດພິເສດ, ໂອກາດດ້ານທຶນການສຶກສາຕ່າງໆ, ຮຽນຮູ້ເຕັກນິກກ່ຽວກັບການຮຽນ-ການສອບເສັງພາສາອັງກິດ, ໃຫ້ຄໍາປຶກສາສ່ວນບຸກຄົນ, ແລະມີການສາຍຮູບເງົາທີ່ຮັບຊົມໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ເລື່ອງ “PADDINGTON” ໝີນ້ອຍປະຈົນໄພໃນເມືອງໃຫຍ່

ມາຮ່ວມງານກັບພວກເຮົາ ແລະ ເອົາປື້ມຄູ່ມືການດໍາລົງຊິວິດສໍາຫຼັບນັກສຶກສາລາວຢູ່ສະຫະລາຊະອານາຈັກອັງກິດໂດຍບໍ່ມີຄ່າໃຊ້ຈ່າຍໃດໆ! ສໍາຫຼັບຜູ້ທີ່ເຂົ້າມາຮ່ວມງານ 300 ຄົນທໍາອິດຂອງທຸກໆງານ ຈະໄດ້ຮັບຕຸກນໍ້າ Education is GREAT ຈາກພວກເຮົາ.

ສອບຖາມລາຍລະອຽດເພີ່ມຕື່ມທີ່: BritishEmbassy.Vientiane@fco.gov.uk

Study UK & English Language Roadshow 2018
The British Embassy Vientiane is organizing the first ever Education is GREAT roadshow trough Laos that promotes British education and English language learning; it provides useful information and advice on studying at British universities both in the UK and at campuses in ASEAN.
The Roadshow will take us to the 4 biggest Lao cities:
22 January 2018 in Vientiane, at National University of Laos
25 January 2018 in Luangprabang, at Souphanouvong University
30 January 2018 in Savannakhet, at Savannakhet University
10 February 2018 in Vientiane, at Crowne Plaza Hotel
27 February 2018 in Pakse, at Champasak University
Every roadshow stop will feature a full-day programme with university and English language fair, guest lectures, scholarship opportunities, English language workshops, individual counseling, and free film screening – “PADDINGTON”.
Come and pick up your free copy of the Survival Guide for Lao students in the UK! The first 300 participants at every event will receive a free refillable Education is GREAT bottle.
ສົນໃຈໄປສຶກສາຕໍ່ ທີ່ປະເທດອັງກິດ, ກະລຸນາ ອ່ານທາງນີ້ !!! Reviewed by admin on มกราคม 08, 2561 Rating: 5 ງານເຜີຍແຜ່ການຮຽນພາສາອັງກິດ & ການສຶກສາຢູ່ສະຫະລາຊະອານາຈັກອັງກິດ 2018 ສະຖານທູດອັງກິດປະຈໍານະຄອນຫຼວງວຽງຈັນ ຈະໄດ້ຈັດງານເຜີຍແຜ່ Education is GR...

ไม่มีความคิดเห็น:

Ads[none]