728x90 AdSpace

Ads[none]

Ads[none]

วันเสาร์ที่ 13 มกราคม พ.ศ. 2561

ຕໍາແລ້ວໜີຈະຖືກໂທດແນວໃດ. ມາອ່ານໄດ້ທີນີ້

ບໍ່ມີການບັນທຶກໄວ້ວ່າໃນແຕ່ລະປີມີເຫດການຕຳແລ້ວໜີຫຼາຍໜ້ອຍພຽງໃດ ແຕ່ແອັດມິນໂປ່ງປະກົດເຫັນເລື້ອຍໆໃນການລາຍງານຂ່າວຂອງບັນດາໜ່ວຍກູ້ໄພ ຫຼາຍຄົນເຖິງກັບບໍ່ມີເວລາສັ່ງລາຄອບຄົວພໍ່ແມ່ ແລະເພື່ອນຝຸງ, ບາງຄົນເຈັບໜັກກັບບ້ານບໍ່ໄດ້ ຖ້າຢູ່ໃກ້ມີຄົນເຫັນກໍ່ເອີ້ນກູ້ໄພໄປຊ່ວຍນຳສົ່ງໂຮງໝໍ, ສ່ວນສຸຂະພາບ ແລະມູນຄ່າຊັບສິນເສຍໄປຟີໆໂດຍທີ່ຕົນເອງບໍ່ແມ່ນຄົນກໍ່.

ຈາກຫຼາຍເຫດການທີ່ເກີດຂຶ້ນເຮັດໃຫ້ສັງຄົມຕ່າງມີຄຳຖາມຂຶ້ນມາວ່າຕົກລົງແລ້ວການຕຳແລ້ວໜີຫາກຈັບໄດ້ຈະໄດ້ຮັບໂທດສະຖານໃດ ມື້ນີ້ແອັດມິນຈິ່ງນຳເອົາກົດໝາຍອາຍາໝວດທີ1 ມາດຕາທີ 87 ວ່າດ້ວຍການການລົບໜີຈາກອຸປະຕິເຫດມາຝາກທ່ານຜູ້ອ່ານ.

ໃນກົດໝາຍລະບຸວ່າ ຫາກບຸກຄົນໃດໄດ້ເຮັດໃຫ້ເກີດອຸປະຄິເຫດຂຶ້ນແລ້ວຫຼົບໜີແມ່ນຈະຖືກຕັດອິດສາລະພາບແຕ່ 6 ເດືອນຫາ 2 ປີ ແລະຖືກປັບໃໝແຕ່ 200.000 ກີບຫາ1.000.000 ກີບ.

ຈາກມາດຕະການທາງກົດໝາຍອາດຈະບໍ່ເປັນທີ່ເພິ່ງພໍໃຈຂອງປະຊາຊົນ ຫາກຄົນໃນຄອບຄົວຕ້ອງກາຍເປັນຜີຂ້າງຖະໜົນແລ້ວມີມາດຕະການລົງໂທດພຽງເລັກນ້ອຍ ແຕ່ຢ່າລືມວ່ານີ້ເປັນພຽງການລົງໂທດທາງອາຍາ ສ່ວນການຈ່າຍຄ່າເສຍຫາຍທາງແພ່ງຍັງຕ້ອງວ່າກັນໄປອີກແງ່ໜຶ່ງແນ່ນອນບໍ່ສົມແກ່ໃຈທີ່ຕ້ອງສູນເສຍຄົນທັ້ງຊີວິດ ແຕ່ເຊື່ອວ່າກົດໝາຍຈະເບິ່ງຄວາມຍຸຕິທຳແກ່ປະຊາຊົນຕາມເງື່ອນໄຂຄວາມເປັນຈິງ.
ຕໍາແລ້ວໜີຈະຖືກໂທດແນວໃດ. ມາອ່ານໄດ້ທີນີ້ Reviewed by admin on มกราคม 13, 2561 Rating: 5 ບໍ່ມີການບັນທຶກໄວ້ວ່າໃນແຕ່ລະປີມີເຫດການຕຳແລ້ວໜີຫຼາຍໜ້ອຍພຽງໃດ ແຕ່ແອັດມິນໂປ່ງປະກົດເຫັນເລື້ອຍໆໃນການລາຍງານຂ່າວຂອງບັນດາໜ່ວຍກູ້ໄພ ຫຼາຍຄົນເຖິງກັບບໍ່ມ...

ไม่มีความคิดเห็น:

Ads[none]