728x90 AdSpace

Ads[none]

Ads[none]

วันพฤหัสบดีที่ 1 กุมภาพันธ์ พ.ศ. 2561

ສະຫະລັດ ຮັບເອງເກົາຫຼີເໜືອກ້າວໜ້າໄປຫຼາຍເລື່ອງຂີປະນາວຸດ ແຕ່ຂາດປະສິດທິພາບທີ່ຈະທໍາລາຍສະຫະລັດອາເມຣິກາແຜ່ນດິນໃຫຍ່

ໃນວັນທີ່ 31 ມັງກອນ 2018 ສໍານັກຂ່າວຕ່າງປະເທດລາຍງານວ່າ ພົນອາກາດເອກ ພໍລ ເຊລວາ ຮອງປະທານເສນາທິການທະຫານຮ່ວມ ໄດ້ອອກມາເຜີຍວ່າ ເກົາຫຼີເໜືອຄວາມກ້າວໜ້າຄັ້ງໃໝ່ໃນໂຄງການຂີປະນາວຸດຂ້າມທະວີບ ເຊິ່ງສະແດງໃຫ້ສະຫະລັດໄດ້ເຫັນແລ້ວ ແຕ່ວ່າຍັງບໍສາມາດພິສູດປະສິດທິພາບທັງໝົດ ສໍາຫຼັບດໍາເນີນການໂຈມຕີອາເມຣິກາດ້ວຍອາວຸດດັ່ງກ່າວໄດ້

ພົນອາກາດເອກ ພໍລ ເຊລວາ ຍັງກ່າວອີກວ່າ ເກົາຫຼີເໜືອມີຄວາມກ້າວໜ້າໃນໂຄງການຂີປະນາວຸດຄັ້ງໃຫຍ່ ແຕ່ວ່າຄຸນນະພາບຂອງຂີປະນາວຸດນັ້ນຍັງບໍ່ໄດ້ມີການພິສູດໃຫ້ເຫັນວ່າ ຈະສາມາດທົນຕໍ່ແຮງດັນຕ່າງໆລະຫວ່າງທີ່ຂີປະນາວຸດພຸ່ງໄປໃນອາກາດໄດ້ຫຼືບໍ
ທີ່ຜ່ານເກົາຫຼີເໜືອເຄີຍທດສອບນິວເຄຣຍຄັ້ງທີ່ 6 ເຊິ່ງຖືວ່າຮ້ສຍແຮງທີ່ສຸດທີ່ເຄີຍມີມາ ຈົນນາຊາດອອກມາປະນາມແລະຂວໍ້າບາດເກົາຫຼີເໜືອ ນອກຈາກນີ້ ພົນອາກາດເອກ ພໍລ ເຊລວາ ຍັງກ່າວເພີ່ມອີກວ່າ ຄີມ ຈອງ ອຶນ ໄດ້ມີການພັດທະນາເທັກນິກໃໝ່ໆ ໃນການນໍາຂີປະນາວຸດຂື້ນສູ່ຖານຍິງ ດັ່ງນັ້ນປະເທດພັນທະມິດແລະຈະມີເວລາເຫຼືອພຽງແຕ່ 12 ນາທີເທົ່ານັ້ນກ່ຽວກັບການເຕືອນໄພ ກ່ອນເກົາຫຼີເໜືອຈະລົງມືຍິງຈະຣວດ ຫຼຸດລົງຈາກທີີມີເວລາປະມານ 1 ຊົ່ວໂມງ

ສະຫະລັດ ຮັບເອງເກົາຫຼີເໜືອກ້າວໜ້າໄປຫຼາຍເລື່ອງຂີປະນາວຸດ ແຕ່ຂາດປະສິດທິພາບທີ່ຈະທໍາລາຍສະຫະລັດອາເມຣິກາແຜ່ນດິນໃຫຍ່ Reviewed by admin on กุมภาพันธ์ 01, 2561 Rating: 5 ໃນວັນທີ່ 31 ມັງກອນ 2018 ສໍານັກຂ່າວຕ່າງປະເທດລາຍງານວ່າ ພົນອາກາດເອກ ພໍລ ເຊລວາ ຮອງປະທານເສນາທິການທະຫານຮ່ວມ ໄດ້ອອກມາເຜີຍວ່າ ເກົາຫຼີເໜືອຄວາມກ້າວໜ້...

ไม่มีความคิดเห็น:

Ads[none]