ວັນທີ່ 31 ມັງກອນ 2018 ທາງການແລະພະແນກທ່ອງທ່ຽວແຂວງຫົວພັນໄດ້ເປີດພູຜາຖີ່ ອະດີດຈຸດຍຸດທະສາດທາງພາກເໜືອຂອງປະເທດລາວ ຕັ້ງຢູ່ໃນເຂດເມືອງຊຳເໜືອ ແຂວງຫົວພັນ ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ໂດຍໄດ້ກໍ່ສ້າງຄັນໄດທາງຂຶ້ນສູ່ຍອດຜາທີ່ສູງຊັນເປັນທີ່ຮຽບຮ້ອຍແລ້ວ ໃນຊ່ວງສົງຄາມຫວຽດນາມ ແລະ ສົງຄາມລັບໃນລາວຜາຖີ່ເປັນສະຖານທີ່ຕັ້ງຂອງທະຫານລັບຂອງສະຫະລັດອາເມຣິກາ ຮູ້ຈັກກັນໃນຊື່ ລິມາ 85 ຫຼື LS 85. ຜາຖີ່ ຖືກຍຶດໄດ້ໂດຍກອງກຳລັງປະຕິວັດລາວໃນສະໜາມຮົບ ເມື່ອວັນທີ່ 10-11 ມີນາ 1968 ຜາຖີ່ເປັນທີ່ຕັ້ງຖານເລດາ LS 85 ຕັ້ງຢູ່ເທີງພູຜາສູງຈາກລະດັບນຳ້ທະເລປານກາງ 1700 ແມັດ ແລະ ຕ້ອງໃຊ້ຍົນເຮລິຕອບເຕີ ສຳລັບລຳລຽງອາວຸດຍຸດໂທປະກອນຕ່າງໆ ຂື້ນໄປຕິດຕັ້ງປະຈຳການເທີງຜາຖີ່.
ຜາຖີ່ຖານທະຫານລັບສະຫະລັດເກົ່າ ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ໃນລາວ (ຊົມຄລິບ)
Reviewed by admin
on
กุมภาพันธ์ 01, 2561
Rating:
ວັນທີ່ 31 ມັງກອນ 2018 ທາງການແລະພະແນກທ່ອງທ່ຽວແຂວງຫົວພັນໄດ້ເປີດພູຜາຖີ່ ອະດີດຈຸດຍຸດທະສາດທາງພາກເໜືອຂອງປະເທດລາວ ຕັ້ງຢູ່ໃນເຂດເມືອງຊຳເໜືອ ແຂວ...
Reviewed by admin
on
กุมภาพันธ์ 01, 2561
Rating:
ວັນທີ່ 31 ມັງກອນ 2018 ທາງການແລະພະແນກທ່ອງທ່ຽວແຂວງຫົວພັນໄດ້ເປີດພູຜາຖີ່ ອະດີດຈຸດຍຸດທະສາດທາງພາກເໜືອຂອງປະເທດລາວ ຕັ້ງຢູ່ໃນເຂດເມືອງຊຳເໜືອ ແຂວ...


ไม่มีความคิดเห็น: