728x90 AdSpace

Ads[none]

Ads[none]

วันอาทิตย์ที่ 14 มกราคม พ.ศ. 2561

ຄັ້ງທໍາອິດທີ່ຍົນ HONDA ບິນມາລາວບໍ່ມີໃຜຮູ້

ປີນີ້ສົມວ່າເປັນປີທ່ອງທ່ຽວອີຫຼີມີເລື່ອງລາວດີໆເກີດຂຶ້ນ ມີຄົນດັງໃນຫຼາຍສາຂາອາຊີບມາຢ້ຽມຢາມ ລວມທັງເຮືອບິນຮຸ້ນໃໝ່ HondaJet HA-420 ທີ່ຜະລິດຈາກການຮ່ວມມື ຍີ່ປຸ່ນ ແລະ ສ.ອາເມລິກາ ເຊິ່ງເປັນລຸ້ນທໍາອິດຂອງບໍລິສັດ Honda ກໍ່ບິນມາລາວໃນອາທິດແລ້ວນີ້ ຫາກມີໜ້ອຍຄົນທີ່ຮູ້.




ຕາມແຫຼ່ງຂ່າວຈາກ ເພັສການບິນໃຫ້ຮູ້ວ່າ: ຍົນລຸ້ນນີ້ໄດ້ບິນສູ່ ສປປ ລາວ ເປັນຄັ້ງທໍາອິດເຊິ່ງຕາມການບັນທຶກຈາກ FlightRadar ແມ່ນມື້ວັນທີ 8/1/2018 ໄດ້ຂຶ້ນບິນຈາກ ບາງກອກ ສູ່ ຫຼວງພະບາງ ແລະ ມາເຖິງ ນະຄອນຫຼວງວຽງຈັນ . ການຢ້ຽມຢາມລາວໃນຄັ້ງນີ້ ຄາດວ່າຈະເປັນການ ໂປຼໂໝດ ແລະ ໂຄສະນາເຮືອບິນລຸ້ນດັ່ງກ່າວຕາມແຜນການຕະຫຼາດຂອງບໍລິສັດສູ່ບັນດາຜູ້ທີ່ໃຫ້ຄວາມສົນໃຈ.



ເຮືອບິນທີ່ຜະລິດຈາກບໍລິສັດ HONDA AIRCRAFT CO, ມີ7 ບ່ອນນັ່ງ / 2 ເຄື່ອງຈັກ. ເຈົ້າຂອງປະຈຸບັນ TVPX AIRCRAFT SOLUTIONS INC TRUSTEE NORTH SALT LAKE , UT, US ລາຄາໃນປີ2015 ລໍາລະ 4,5 ລ້ານໂດລາສະຫະລັດ.



 ໂດຍນັບແຕ່ປີ 2015 ທີ່ເລີ່ມຜະລິດຍົນຮຸ້ນນີ້ອອກສູ່ຕະຫຼາດມາຮອດປະຈຸບັນໄດ້ຂາຍອອກໃຫ້ລູກຄ້າແລ້ວ 53 ລຳ ລູກຄ້າສ່ວນໃຫຍ່ແມ່ນຢູ່ອາລິກາ, ແມັກຊິໂກ ແລະຢູໂຣບ.










ຂອບໃຈແຫຼ່ງຂ່າວຈາກ: ເພຈຂ່າວການບິນ
ຄັ້ງທໍາອິດທີ່ຍົນ HONDA ບິນມາລາວບໍ່ມີໃຜຮູ້ Reviewed by admin on มกราคม 14, 2561 Rating: 5 ປີນີ້ສົມວ່າເປັນປີທ່ອງທ່ຽວອີຫຼີມີເລື່ອງລາວດີໆເກີດຂຶ້ນ ມີຄົນດັງໃນຫຼາຍສາຂາອາຊີບມາຢ້ຽມຢາມ ລວມທັງເຮືອບິນຮຸ້ນໃໝ່ HondaJet HA-420 ທີ່ຜະລິດຈາກການຮ່ວ...

ไม่มีความคิดเห็น:

Ads[none]