728x90 AdSpace

Ads[none]

Ads[none]

วันอังคารที่ 9 มกราคม พ.ศ. 2561

ອະດີດ CEO ລັດວິສາຫະກິດນ້ຳມັນຫວຽດນາມຖືກສອບສວນຖານທຸຈະລິດ ອາດມີໂທດປະຫານຊີວິດ

ເມື່ອວັນທີ 8 ມັງກອນ 2018 ຄອຍເຊີເວລາຍງານວ່າ ສານຫວຽດນາມເປີດການສອບສວນ ອະດີດຫົວໜ້າຜູ້ບໍລິຫານຂອງລັດວິສາຫະກິດນ້ຳມັນຫວຽດນາມແລ້ວ ໂດຍບຸກຄົນທີ່ທາງການເມືອງເຢຍລະມັນເຊື່ອວ່າ ຫວຽດນາມສົ່ງສານລັບມາລັກພາຕົວ ຈາກສວນສາທາລະນະ (ຕອນກາງເວັນ) ໃນນະຄອນຫຼວງເບີລິນ ປະເທດເຢຍລະມັນ
ຈຳເລີຍດັ່ງກ່າວຄື ທ້າວ ຈິນ ຊວນ ທານ ອະດີດຜູ້ບໍລິຫານຂອງເປໂຕຣຫວຽດນາມ ຖືກຕັ້ງຂໍຫາທຸຈະລິດ ຈົນເຮັດໃຫ້ລັດສູນເງິນເຖິງ 150 ລ້ານໂດລາ ຕະຫຼອດຈົນເຮັດໃຫ້ລັດວິສາຫະຫິດຫຼາຍແຫ່ງເກີດພາວະຂາດເງິນທຶນ ຫາກສານຕັດສິນມີຄວາມຜິດທຸກຂໍ້ກ່າວຫາ ທ້າວ ຈິນ ອາດຕ້ອງມີໂທດສູງສຸດເຖິງປະຫານຊີວິດ
ສ່ວນກໍລະນີຜູ້ຖືກຫາລາຍນີ້ເຄີຍໜີໄປທີ່ປະເທດເຢຍລະມັນເມື່ອປີ 2016 ແລະ ການທີ່ໄປລັກພາຕົວຄືນມານັ້ນ ໄດ້ສົ່ງຜົນກະທົບເຖິງຄວາມສຳພັນຂອງທັງສອງປະເທດ ໂດຍທາງການເຢຍລະມັນໄດ້ຂັບໄລ່ເຈົ້າໜ້າທີ່ທູດຫວຽດນາມສອງຄົນອອກຈາກປະເທດໃນຊ່ວງເດືອນ ສິງຫາ ແລະ ກັນຍາ ຂະນະທີ່ຫວຽດນາມຢືນຢັນວ່າ ຜູ້ຖືກຫາລາຍນີ້ຂໍມອບຕົວເອງ
ອະດີດ CEO ລັດວິສາຫະກິດນ້ຳມັນຫວຽດນາມຖືກສອບສວນຖານທຸຈະລິດ ອາດມີໂທດປະຫານຊີວິດ Reviewed by admin on มกราคม 09, 2561 Rating: 5 ເມື່ອວັນທີ 8 ມັງກອນ 2018 ຄອຍເຊີເວລາຍງານວ່າ ສານຫວຽດນາມເປີດການສອບສວນ ອະດີດຫົວໜ້າຜູ້ບໍລິຫານຂອງລັດວິສາຫະກິດນ້ຳມັນຫວຽດນາມແລ້ວ ໂດຍບຸກຄົນທີ່ທາງການເ...

ไม่มีความคิดเห็น:

Ads[none]