ນັບວ່າໄດ້ຮັບຜົນຕອບຮັບໃນທາງບວກຫລາຍດ້ານ ຈື່ງເຮັດໃຫ້ເກົາຫລີໃຕ້ສາມາດເຈລະຈາຮ່ວມກັບເກົາຫລີເຫນືອໄດ້ອີກຄັ້ງ ຫລັງຈາກການເຈລະຈາຄັ້ງທຳອິດ 2 ປີທີ່ຜ່ານມາ.
ປະທານປະເທດເກົາຫລີໃຕ້ ສະແດງຄວາມພ້ອມໃນການພົບປະຫາລືໃນຄັ້ງນີ້, ສຳນັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫລວງໂຊລ ປະເທດເກົາຫລີໃຕ້ ໃນມື້ນີ້ວ່າ ປະທານປະເທດ ມຸນແຈອິນ ໄດ້ກ່າວເຖີງການພົບປະຫາລືໃນຮອບ 2 ປີ ຫລື ນັບຕັ້ງແຕ່ ເດືອນ ທັນວາ 2015 ລະຫວ່າງເກົາຫລີໃຕ້ ກັບ ເກົາຫລີເຫນືອ ທີ່ອາຄານສັນຕິພາບ ບ້ານປັນມຸນຈອນ ເຂດປອດທະຫານ (DMC) ພາຍໃຕ້ເລື່ອງ ເກົາຫລີເຫນືອ ແລະ ເກົາຫລີໃຕ້, ໂຄງການນິວເຄຼຍ, ການສົ່ງນັກກິລາເຂົ້າຮ່ວມໃນກິລາໂອລິມປິກລະດູຫນາວ ແລະ ການເຈລະຈາທາງການທະຫານ.
ບັນຫາກ່ຽວກັບໂຄງການພັດທະນາຂີປະນາວຸດ ແລະ ລະເບີດນິວເຄຼຍ ຍັງຖືວ່າເປັນ ເລື່ອງລະອຽດອ່ອນ ສຳລັບລັດຖະບານເກົາຫລີເຫນືອ, ຮອງລັດຖະມົນຕີ ຮັກສາການຄວາມຫມັ້ນຄົງ ກະຊວງແຫ່ງຊາດຂອງເກົາຫລີໃຕ້ ກ່າວວ່າ ເກົາຫລີເຫນືອສະແດງທ່າທີຢ່າງຊັດເຈນວ່າບໍ່ມີຈຸດປະສົງ ຫລື ຕ້ອງການ ຫາລືກ່ຽວກັບເລື່ອງນີ້ ໃນລະຫວ່າງກອງປະຊຸມອັນເລັ່ງດ່ວນດັ່ງກ່າວ ຜູ້ອຳນວຍການ ສຳນັກງານກິດຈະການພາຍໃນລະຫວ່າງເກົາຫລີຂອງລັດຖະບານເກົາຫລີໃຕ້ ກ່າວວ່າ ໂຄງການດັ່ງກ່າວເປັນເລື່ອງລະຫວ່າງເກົາຫລີເຫນືອ ກັບ ສະຫະລັດອາເມລິການເທົ່ານັ້ນ ບໍ່ຈຳເປັນທີ່ຈະຕ້ອງ ສົນທະນາກ່ຽວກັບເລື່ອງນີ້ ຊື່ງຈະຖືວ່າເປັນການປໍລະປັກ ຕໍ່ກັບລັດຖະບານປຽງຢາງໃນດ້ານຄວາມຫມັ້ນຄົງ.
ຂະນະທີ່ແຫລ່ງຂ່າວຂອງກະຊວງປ້ອງກັນປະເທດເກົາຫລີໃຕ້ ເປີດເຜີຍຕໍ່ສຳນັກຂ່າວ ຢອນຮັບ ວ່າ ຈະສະເຫນີກຳນົດການພົບປະທາງການທະຫານໃຫ້ເກົາຫລີເຫນືອພິຈາລະນາພາຍໃນອາທິດຫນ້າ ໂດຍຜ່ານສາຍດ່ວນດ້ານຄວາມຫມັ້ນຄົງທີ່ເກົາຫລີເຫນືອໄດ້ເປີດນຳໃຊ້ອີກຄັ້ງ ຫລັງຈາກໄດ້ປິດທຳການໄປໃນຊ່ວງຕົ້ນປີ 2015 ເພື່ອປະທ້ວງລັດຖະບານຂອງປະທານປະເທດ ປາກກິນເຮ ຜູ້ນຳເກົາຫລີໃຕ້ໃນເວລານັ້ນ ທີ່ສັ່ງປິດນິຄົມອຸດສາຫະກຳ ແກຊອງ ພື້ນທີ່ການຮ່ວມມືທາງເສດຖະກິດແຫ່ງດຽວລະຫວ່າງປະເທດ. ໃນສ່ວນຂອງການເຈລະຈາທາງການທະຫານຮ່ວມກັນຄັ້ງລ່າສຸດ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດເກົາຫລີໃຕ້ ແລະ ນາຍພົນ ເກົາຫລີເຫນືອ.
ລັດຖະບານປຽງຢາງ, ເກົາຫລີເຫນືອ ຈະສົ່ງນັກກິລາພ້ອມທິມກອງເຊຍ ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກລະດູຫນາວ ທີ່ເມືອງປຽງຊາງ ຂອງເກົາຫລີໃຕ້ ທີ່ຈະເປັນເຈົ້າພາບໃນການຈັດງານລະຫວ່າງວັນທີ 9-25 ກຸມພາ ນີ້, ສ່ວນທາງຝ່າຍກະຊວງການຕ່າງປະເທດເກົາຫລີໃຕ້ກໍຕອບຮັບຍິນດີ ແລະ ກຽມການຍົກເລີກການຄໍ້ວາບາດເກົາຫລີເຫນືອບາງສ່ວນ ແຕ່ເປັນການຊົ່ວຄາວ ເພື່ອເປັນການສະແດງໃຫ້ເຫັນເຖີງການຕອບຮັບທີ່ເກົາຫລີເຫນືອຈະເຂົ້າຮ່ວມແຂ່ງຂັນກິລາລະດູຫນາວນີ້
ວັນອັງຄານທີ່ຜ່ານມາ, ບັນຍາກາດເຕັມໄປດ້ວຍຄວາມປອງດອງ ແລະ ເປັນການເລີ່ມຕົ້ນຄັ້ງສຳຄັນເພື່ອປູທາງສູ່ການເຈລະຈາເລື່ອງໂຄງການນິວເຄຼຍ ລະຫວ່າງສອງປະເທດ ໃນຂ້າງຫນ້າ ແລະ ລັດຖະບານເກົາຫລີໃຕ້ພ້ອມພັກດັນການເຈລະຈາຄັ້ງຕໍ່ໄປໃນອະນາຄົດ.
ແຫລ່ງຂ່າວ: DLNs


ไม่มีความคิดเห็น: