ເພື່ອສົ່ງເສີມການທ່ອງທ່ຽວໃຫ້ມີຂະບວນຟົດຟື້ນ ແລະ ປະສົບຜົນສຳເລັດຕາມຄາດໝາຍວາງໄວ້ ໃນການເປັນເຈົ້າພາບທີ່ດີ ໃນປີທ່ອງທ່ຽວລາວ 2018 ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຮ່ວມກັບເມືອງສັງທອງ ໄດ້ຈັດຄາລາວານລົດຈາກສວນສາທາລະນະເຈົ້າຟ້າງຸ່ມ ໄປສູ່ສະຖານທີ່ຈັດກິດຈະກຳບຸນກອງເຂົ້າ ຢູ່ບ້ານໃຫຍ່ນາຈະເລີນ ເຊິ່ງເປັນບ້ານ 3 ສ້າງ ເມືອງສັງທອງ ໃນວັນທີ 12 ມັງກອນ 2018 ເປັນກຽດກ່າວເປີດຂະບວນຄາລາວານ ໂດຍທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກ ຖວທ ນວ ມີພາກສ່ວນກ່ຽວຂ້ອງ ແລະ ລົດເຂົ້າຮ່ວມ 50 ກວ່າຄັນ.
ທ່ານ ຄຳປະດິດ ເຂັມມານິດ ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ ເພື່ອສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ 2018 ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ຖືໂອກາດການຈັດງານນີ້ເປັນການໂຄສະນາປະຊາສຳພັນ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ນວ ໃຫ້ນັບມື້ຫຼາຍຂຶ້ນ ເຊິ່ງຄາລາວານລົດ ໄດ້ແວ່ຊົມວິວທຳມະຊາດທີ່ຄ່ອຍແລ່ນມານ ຊົມວິວທຳມະຊາດຕາດພັກສະເດັດ ເດີນທາງຜ່ານປົກຄອງເມືອງສັງທອງ ແວ່ຊົມຈຸດພັດທະນາແຫຼ່ງທ່ອງທ່ຽວຫ້ວຍແຕນ ແລະ ຊົມດ່ານປະເພນີບ້ານທ່ານາສາ ແລ້ວເຂົ້າຮ່ວມກິດຈະກຳທີ່ບ້ານໃຫຍ່ນາຈະເລີນ ເປັນຕົ້ນງານປະເພນີບຸນກອງເຂົ້າ ເຊິ່ງເປັນປະເພນີທີ່ສືບທອດກັນມາແຕ່ບູຮານ.
ไม่มีความคิดเห็น: