728x90 AdSpace

Ads[none]

Ads[none]

วันพุธที่ 10 มกราคม พ.ศ. 2561

ນາຍທະຫານລະດັບສູງຂອງຈີນ ຖືກສືບສວນເລື່ອງການສໍ້ລາດບັງຫຼວງ ພາຍຫຼັງຖືກປົດກະທັນຫັນ

ສຳນັກຂ່າວຕ່າງປະເທດລາຍງານ 10 ມັງກອນ 2018 ວ່າ: ພົນເອກ ຝາງ ເຟີງຮຸຍ ໜຶ່ງໃນອະດີດທະຫານລະດັບສູງສຸດຂອງກອງທັບຈີນ ກຳລັງຖືກສືບສວນ ໃນຖານະຜູ້ຕ້ອງສົງໄສຮັບສິນບົນ, ພົນເອກ ຝາງ ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງປະທານກົມເສນາທິການຮ່ວມ ຄະນະກຳມາທິການທະຫານສູນກາງ ຂອງກອງທັບປົດປ່ອຍປະຊາຊົນຈີນ ເມື່ອປີ 2012 ແຕ່ຖືກປົດຕຳແໜ່ງຢ່າງກະທັນຫັນເມື່ອທ້າຍເດືອນສິງຫາ 2017 ທີ່ຜ່ານມາ ທ່າມກາງການປະເຊີນໜ້າບັນຫາຄວາມຂັດແຍ່ງຊາຍແດນກັບອິນເດຍ ແລະ ພຽງບໍ່ພໍເທົ່າໃດວັນພາຍຫຼັງທີ່ພົນເອກ ຝາງ ເຂົ້າພົບກັບຜູ້ບັນຊາການກອງທັບສະຫະລັດ ອາເມຣິກາ ເພື່ອປຶກສາຫາລືກ່ຽວກັບສະຖານະການແຫຼມເກົາຫຼີ.

ສຳນັກຂ່າວຊິນຫົວລາຍງານສັ້ນໆ ເມື່ອວັນອັງຄານທີ່ຜ່ານມາວ່າ: ພົນເອກ ຝາງ ຖືກສົ່ງຕົວໃຫ້ສຳນັກງານໄອຍະການທະຫານດຳເນີນການ ຕາມຂໍ້ສົງໄສຮັບສິນບົນ ໂດຍບໍ່ໃຫ້ລາຍລະອຽດໃດໆເພີ່ມເຕີມ.

ພົນເອກ ຝາງ ເປັນໜຶ່ງໃນນາຍທະຫານລະດັບສູງ 2 ຄົນ ທີ່ບໍ່ມີລາຍຊື່ຢູ່ໃນຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ພັກຄອມມູນິດຈີນ ຄັ້ງທີ 19 ເມື່ອເດືອນຕຸລາ 2017 ທີ່ຜ່ານມາ ເຮັດໃຫ້ເກີດກະແສຄາດເດົາວ່າ ພົນເອກ ຝາງ ອາດຕົກເປັນເປົ້າໝາຍຂອງການປາບປາມການສໍ້ລາດບັງຫຼວງຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ນາຍທະຫານລະດັບສູງອີກທ່ານໜຶ່ງຄື ພົນເອກ ຈາງ ຢາງ ຫົວໜ້າກົມການເມືອງ ທີ່ຂ້າຕົວຕາຍດ້ວຍການແຂວນຄໍ ໃນນະຄອນຫຼວງປັກກິ່ງ ເມື່ອເດືອນພະຈິກ 2017 ທີ່ຜ່ານມາ ພາຍຫຼັງຖືກສືບສວນຕາມຂໍ້ກ່າວຫາກັບຮ່ວມກັບອະດີດນາຍທະຫານລະດັບສູງອີກ 2 ຄົນວ່າສໍ້ລາດບັງຫຼວງ.

ນາຍທະຫານລະດັບສູງຂອງຈີນ ຖືກສືບສວນເລື່ອງການສໍ້ລາດບັງຫຼວງ ພາຍຫຼັງຖືກປົດກະທັນຫັນ Reviewed by admin on มกราคม 10, 2561 Rating: 5 ສຳນັກຂ່າວຕ່າງປະເທດລາຍງານ 10 ມັງກອນ 2018 ວ່າ: ພົນເອກ ຝາງ ເຟີງຮຸຍ ໜຶ່ງໃນອະດີດທະຫານລະດັບສູງສຸດຂອງກອງທັບຈີນ ກຳລັງຖືກສືບສວນ ໃນຖານະຜູ້ຕ້ອງສົງໄສຮັບ...

ไม่มีความคิดเห็น:

Ads[none]