728x90 AdSpace

Ads[none]

Ads[none]

วันเสาร์ที่ 13 มกราคม พ.ศ. 2561

ແຈ້ງຂ່າວໃໝ່ເດີນທາງໄປສະໜາມບິນດ້ວຍລົດເມ

ຕໍ່ໄປນີ້ບໍ່ມີຄົນໄປສົ່ງກໍ່ບໍ່ຄິດງໍ້ອີກແລ້ວ ເພາະລັດວິສາຫະກິດລົດເມນະຄອນຫຼວງກຳລັງຈະເປີດບໍລິການລົດເມສາຍສະໜາມບິນຄີວລົດຕະຫຼາດເຊົ້າໃນໄວໆນີ້ ເພື່ອເພີ່ມທາງເລຶອກແກ່ຜູ້ໂດຍສານ ທັງອຳນວຍຄວາມສະດວກແກ່ບັນດານັກທ່ອງທ່ຽວສາມາດເດີນທາງໄປສະໜາມບິນແບບບໍ່ຕ້ອງຫຍຸ້ງຍາກ.
ທັ້ງນີ້ກໍ່ເພື່ອມອບຄວາມສະດວກສະບາຍ ແລະ ເພີ່ມທາງເລືອກໃນການເດີນທາງ ໃຫ້ແກ່ຜູ້ໂດຍສານທຸກທ່ານ ທີ່ຈະເດີນທາງໄປສະໜາມບິນ, ແລະຂຶ້ນລົດເມຈາກສະໜາມບິນມາຍັງຕະຫຼາດເຊົ້າດ້ວຍລາຄາທີ່ປະຢັດ, ສ່ວນວ່າຈະເລີ່ມບໍລິການເປັນທາງການມື້ໃດແທ້ ຕ້ອງລໍຖ້າການຢືນຢັນຈາກອົງການໄຈກາ ແລະລັດວິສາຫະກິດລົດເມນະຄອນຫຼວງອີກບາດໜຶ່ງ.

ພ້ອມດຽວກັນນີ້ທາງລັດວິສາຫະກິດລົດເມນະຄອນຫຼວງຮ່ວມກັບອົງການໄຈກາຍັງໄດ້ມີການປັບປຸງຕາຕະລາງ ແລະ ເວລາການແລ່ນລົດເມຊິດຕີ້2 ສາຍໄອເຕັກ - ຕະຫຼາດເຊົ້າ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 08/12/2017 ເປັນຕົ້ນໄປ ໄປເລາິຊັບປີ້ງຊື້່ເຄື່ອງສະບາຍບໍ່ມີລົດສ່ວນຕົວຂີ່ລົດເມໄດ້ແບບບໍ່ຕ້ອງງໍ້ໃຜອີກ.
ແຈ້ງຂ່າວໃໝ່ເດີນທາງໄປສະໜາມບິນດ້ວຍລົດເມ Reviewed by admin on มกราคม 13, 2561 Rating: 5 ຕໍ່ໄປນີ້ບໍ່ມີຄົນໄປສົ່ງກໍ່ບໍ່ຄິດງໍ້ອີກແລ້ວ ເພາະລັດວິສາຫະກິດລົດເມນະຄອນຫຼວງກຳລັງຈະເປີດບໍລິການລົດເມສາຍສະໜາມບິນຄີວລົດຕະຫຼາດເຊົ້າໃນໄວໆນີ້ ເພື່ອເພີ...

ไม่มีความคิดเห็น:

Ads[none]