728x90 AdSpace

Ads[none]

Ads[none]

วันอังคารที่ 16 มกราคม พ.ศ. 2561

ຫມູ່ບ້ານທີ່ຫນາວທີ່ສຸດໃນໂລກ ຕິດລົບ 67 ອົງສາແຊນ

ມາຮູ້ຈັກກັບຫມູ່ບ້ານຫນາວທີ່ຫນາວທີ່ສຸດໃນໂລກໂດຍອູນຫະພູມສະເລ່ຍຕິດລົບ 67 ອົງສາແຊນ, ຫມູ່ບ້ານນີ້ມີຊື່ວ່າ ຫມູ່ບ້ານ Oymyakon ໃນພື້ນທີ່ເຂດຫ່າງໄກໄຊເບີເລຍ ຫ່າງຈາກນະຄອງຫລວງມອສກູຂອງລັດເຊຍໄປທາງຕາເວັນຕົກ 900 ກິໂລແມັດ, ເປັນພື້ນທີ່ອາໄສຂອງຄົນແບບຖາວອນທີ່ຫນາວທີ່ສຸດໃນໂລກ ປະຈຸບັນມີປະຊາກອນອາໄສຢູ່ 500 ຄົນ ແລະ ໂດຍສະເລ່ຍແລ້ວໃນເດືອນມັງກອນອຸນຫະພູມຈະຢູ່ທີ່ຕິດລົບ 50 ອົງສາແຊນ ມາຮອດປີນີ້ ສະພາບອາກາດໄດ້ຮັບການປ່ຽນແປງໄປຫລາຍເຮັດໃຫ້ອຸຫະພູມລົດລົງຕໍ່າໄປເຖີງລົບ 67 ອົງສາແຊນ, ຖືວ່າເຢັນສະບັ້ນສຸດຂີດ ຈົນເຮັດໃຫ້ຫມໍ້ແບ່ງໄຟຟ້າທີ່ຕິດຕັ້ງໃນຕະຫລາດເມື່ອປີທີ່ແລ້ວໄດ້ຮັບຄວາມເສຍຫາຍມູ່ນໄປ ບໍ່ອາດຕ້ານທານຕໍ່ອຸນຫະພູມຫນາວທີ່ຕິດລົບລະດັບນີ້ໄດ້.

ອາກາດທີ່ຫນາວເຫນັບນີ້ກໍຍັງເຕັມໄປດ້ວຍຄວາມສວຍງາມຂອງທຳມະຊາດທີ່ແຝງໃຫ້ເຫັນເຊັ່ນ ຫິມະ ປົກຄຸມຕົ້ນໄມ້ ຂາວນວນໄປທັງປ່າ ຫລື ແມ້ກະທັງເກັດນໍ້າແຂງທີ່ເກາະຕາມຂົນຕາ.
ຫມູ່ບ້ານແຫ່ງນີ້ເຄີຍໄດ້ຮັບສະຖິຕິຄວາມຫນາວອຸນຫະພູມຕິດລົບສູງທີ່ສຸດມາແລ້ວກ່ອນຫນ້ານີ້ ເມື່ອປີ 1993 ອຸນຫະພູມຕິດລົບ 67,7 ອົງສາແຊນ ຖືວ່າເປັນອຸນຫະພູມຕໍ່າທີ່ສຸດ ທີ່ມີປະຊາກອນດຳລົງຮາກຖານອາໄສຢູ່ຢ່າງຖາວອນ ຖ້າທຽບກັບທະວີບແອນຕາກຕິກຊື່ງມີອຸນຫະພູມຕໍ່າກວ່າ ແຕ່ພື້ນທີ່ດັ່ງກ່າວແມ່ນບໍ່ມີປະຊາກອນດຳລົງອາໄສຢູ່.
ແຫລ່ງຂ່າວຕ່າງປະເທດ KKK3
ຫມູ່ບ້ານທີ່ຫນາວທີ່ສຸດໃນໂລກ ຕິດລົບ 67 ອົງສາແຊນ Reviewed by admin on มกราคม 16, 2561 Rating: 5 ມາຮູ້ຈັກກັບຫມູ່ບ້ານຫນາວທີ່ຫນາວທີ່ສຸດໃນໂລກໂດຍອູນຫະພູມສະເລ່ຍຕິດລົບ 67 ອົງສາແຊນ, ຫມູ່ບ້ານນີ້ມີຊື່ວ່າ ຫມູ່ບ້ານ Oymyakon ໃນພື້ນທີ່ເຂດຫ່າງໄກໄຊເບີເ...

ไม่มีความคิดเห็น:

Ads[none]