728x90 AdSpace

Ads[none]

Ads[none]

วันอังคารที่ 2 มกราคม พ.ศ. 2561

ທາງການສະຫະລັດປະກາດໄພພິບັດສຸກເສີນພາຍຸຫິມະ ທີ່ລັດແພນຊິນເວີເນຍ ສູງ86 ຊັງຕີແມັດ


ສຳນັກຂ່າວຕ່າງປະເທດ ລາຍງານວ່າ ພົນລະເມືອງອາເມລິກາໃນເມືອງ ອີລີ່, ລັດແພນຊິນເວີເນຍ ຂອງສະຫະລັດອາເມລິກາ ໄດ້ຜະເຊີນກັບໄພພິບັດພາຍຸຫິມະພັດປົກຄຸມເຊີ່ງທາງການຂອງລັດດັ່ງກ່າວແມ່ນໄດ້ປະກາດໃຫ້ພື້ນທີ່ເມືອງອີລີ່ ເປັນພື້ນທີ່ໄພພິບັດສຸກເສີນ, ໂດຍສະເພາະວັນຄິດສະມາດ ໃນວັນທີ 25 ທັນວາ 2017 ພຽງມື້ດຽວມີຫິມະຕົກປົກຄຸມທັງເມືອງ ແລະ ພື້ນທີ່ຊານເມືອງ ສູງເຖີງ 86 ຊັງຕີແມັດ. ຖືວ່າເປັນໄພພິບັດທີ່ພາຍຸຫິມະຕົກຫນັກທີ່ສຸດໃນເມືອງອີລີ່ທີ່ເຄີຍມີມາ.


ສຳນັກຂ່າວ ບີບີຊີ ແຈ້ງວ່າ ໃນຊ່ວງສອງມື້ທີ່ຜ່ານມາ ຫິມະຍີ່ງຕົກຫນັກປິດຫົນທາງຈົນເຮັດໃຫ້ການສັນຈອນບໍ່ສາມາດເຄື່ອນໂຕໄດ້ ພື້ນທີ່ເມືອງ ອີລີ່ແມ່ນສູງພຽງແຕ່ 1.52 ແມັດ ເຈົ້າຫນ້າທີ່ຕຳຫລວດໄດ້ເຕືອນຜູ້ຄົນໃຫ້ລະວັງອັນຕະລາຍຂະນະຂັບຂີ່ຍານພາຫະນະໃຫ້ມີສະຕິລະວັງຕົວຢູ່ສະເຫມີ ເພາະຍັງມີຖະຫນົນບາງສາຍທີ່ບໍ່ສາມາດຂັບຜ່ານໄດ້ເລີຍ ເນື່ອງຈາກຫິມະປົກຄຸມສູງເກີນ.
ດ້ານສຳນັກງານອຸຕຸນິຍົມວິທະຍາຂອງສະຫະລັດ ແຈ້ງວ່າ ໃນມື້ນີ້ ວັນພຸດ ທີ 28 ທັນວາ 2017 ຫິມະຈະຕົກຫນັກວ່າເກົ່າອີກ ໂດຍລະບຸວ່າ ສາເຫດທີ່ເຮັດໃຫ້ຫິມະຕົກຫລາຍກວ່າທີ່ຜ່ານມາ ເປັນຜົນອັນເນື່ອງມາຈາກອາກາດທີ່ເຢັນບວກກັບນໍ້າທະເລສາບ ໄພດັ່ງກ່າວເຮັດໃຫ້ການສັນຈອນເທີງອາກາດທີ່ຈະຂື້ນ-ລົງ ສະຫນາມບິນນານາຊາດ ອີລີ່ ຕ້ອງໄດ້ຍົກເລີກ.
ແຫລ່ງຂ່າວຕ່າງປະເທດ ບີບີຊີ.
ທາງການສະຫະລັດປະກາດໄພພິບັດສຸກເສີນພາຍຸຫິມະ ທີ່ລັດແພນຊິນເວີເນຍ ສູງ86 ຊັງຕີແມັດ Reviewed by admin on มกราคม 02, 2561 Rating: 5 ສຳນັກຂ່າວຕ່າງປະເທດ ລາຍງານວ່າ ພົນລະເມືອງອາເມລິກາໃນເມືອງ ອີລີ່, ລັດແພນຊິນເວີເນຍ ຂອງສະຫະລັດອາເມລິກາ ໄດ້ຜະເຊີນກັບໄພພິບັດພາຍຸຫິມະພັດປົກຄຸມເຊີ່ງທາ...

ไม่มีความคิดเห็น:

Ads[none]