728x90 AdSpace

Ads[none]

Ads[none]

วันอังคารที่ 2 มกราคม พ.ศ. 2561

10 ປະເທດອອກສຽງຄັດຄ້ານມີມະຕິໃຫ້ມຽນມາຢຸດສູ້ຮົບທາງທະຫານ ໃນລັດຍະໄຂ່


ສຳນັກຂ່າວຕ່າງປະເທດລາຍງານ 25 ທັນວາ 2017 ວ່າ: ໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ວາລະສຸກເສີນ ເມື່ອວັນອາທິດ (24 ທັນວາ) ທີ່ຜ່ານມາ ເພື່ອພິຈາລະນາຮ່າງມະຕິທີ່ສະເໜີໂດຍ 57 ປະເທດສະມາຊິກອົງກອນການຮ່ວມມືອິດສະລາມ (OIC) ຮຽກຮ້ອງໃຫ້ກອງທັບມຽນມາຢຸດຕິປະຕິບັດການທາງການທະຫານ ແລະ ການລະເມີດສິດທິມະນຸດຕໍ່ຊາວໂຣຮິງຢາໃນລັດຍະໄຂ່ ລວມເຖິງການສະເໜີໃຫ້ແຕ່ງຕັ້ງຜູ້ແທນພິເສດປະຈຳມຽນມາ ແລະ ການຮຽກຮ້ອງໃຫ້ລັດຖະບານມຽນມາພາຍໃຕ້ການນຳຂອງທ່ານ ນາງ ອອງ ຊານ ຊູຈີ ອະນຸຍາດໃຫ້ເຈົ້າໜ້າທີ່ຂອງໜ່ວຍງານບັນເທົາທຸກລົງພື້ນທີ່ໃນລັດຍະໄຂ່.
ເຊິ່ງຜົນການລົງມະຕິປາກົດວ່າ 122 ປະເທດຮັບຮ່າງມະຕິດັ່ງກ່າວ ແຕ່ມີ 10 ປະເທດອອກສຽງຄັດຄ້ານ ແລະ 24 ປະເທດງົດອອກສຽງ, ຂະນະທີ່ 37 ປະເທດບໍ່ເຂົ້າຮ່ວມກອງປະຊຸມ, ເຊິ່ງປະເທດທີ່ຄັດຄ້ານແນ່ນອນວ່ານຳໂດຍມຽນມາ, ຈີນ, ລັດເຊຍ, ລາວ, ຫວຽດນາມ, ກຳປູເຈຍ, ຟິລິບປິນ, ເບລາຣຸດຊີ, ຊີຣີ ແລະ ຊິມບຳເວ.
ເຖິງຢ່າງໃດກໍ່ຕາມ ລັດຖະບານມຽນມາປະກາດເມື່ອອາທິດທີ່ຜ່ານມາວ່າ ໄດ້ຫ້າມທ່ານ ນາງ ອີ ຢາງ-ຮີ ຜູ້ແທນຜິເສດຂອງສະຫະປະຊາຊາດດ້ານສິດທິມະນຸດໃນມຽນມາເດີນທາງເຂົ້າປະເທດ ຈົນກວ່າຈະໝົດວະລະ ແລະ ຍົກເລີກການຮ່ວມມືທັງໝົດດ້ານສິດທິມະນຸດທີ່ຢູ່ພາຍໃຕ້ການຄຸມຄອງຂອງທ່ານ ນາງ ອີ ຢາງ-ຮີ ໂດຍທາງການມຽນມາໃຫ້ເຫດຜົນວ່າ:​ ໝົດຄວາມເຊື່ອໝັ້ນໃນການປະຕິບັດງານຮ່ວມກັບທ່ານ ນາງ ອີ ຢາງ-ຮີ ເນື່ອງຈາກທ່ານ ນາງ ປະຕິບັດໜ້າທີ່ຢ່າງບໍ່ເປັນກາງ ແລະ ຈຸດປະສົງຂອງການປະຕິບັດງານກໍ່ບໍ່ໄດ້ຕັ້ງຢູ່ບົນພື້ນຖານຂອງຄວາມເປັນຈິງ.
 
ແຫລ່ງຂ່າວ: ອິດສະຫຼະ
10 ປະເທດອອກສຽງຄັດຄ້ານມີມະຕິໃຫ້ມຽນມາຢຸດສູ້ຮົບທາງທະຫານ ໃນລັດຍະໄຂ່ Reviewed by admin on มกราคม 02, 2561 Rating: 5 ສຳນັກຂ່າວຕ່າງປະເທດລາຍງານ 25 ທັນວາ 2017 ວ່າ: ໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ວາລະສຸກເສີນ ເມື່ອວັນອາທິດ (24 ທັນວາ) ທີ່ຜ່ານມາ ເພື່ອພິຈາ...

ไม่มีความคิดเห็น:

Ads[none]