ທະນາຄານ ແບັງ ອອັບ ໄຊນ່າ ຮ່ອງກົງ ຫລື BOCH ເປີດໃຊ້ເຕັກໂນໂລຊີໃຫມ່ເພື່ອການກົດເງີນທີ່ຕູ້ກົດເງີນສົດ ຫລື ເອທີເອັມ ທົ່ວຮ່ອງກົງ. ເຕັກໂນໂລຊີຕົວນີ້ຈະຊ່ວຍໃຫ້ລູກຄ້າທະນາຄານທີ່ລືມລະຫັດບັດເອທີເອັມສາມາດກົດເງີນຈາກຕູ້ໄດ້ ພຽງແຕ່ວາງນີ້ວມືໃສ່ບ່ອນອຸປະກອນກວດຈັບເສັ້ນເລືອດເທີງນີ້ວມືໃຕ້ຜິວຫນັງ ຊື່ງທາງທະນາຄານຫວັງວ່າຈະໃຂ້ທົດແທນຂະບວນການໃສ່ລະຫັດບັດເອທີເອັມ ເພາະມີຄວາມຖືກຕ້ອງ ແລະ ຊັດເຈນກວ່າລະບົບເຊັນເຊີລາຍນີ້ວມື.
ຕອນນີ້ເຕັກໂນໂລຊີນີ້ຖືກຕິດຕັ້ງໃນຕູ້ເອທີເອັມທົ່ວຮ່ອງກົງຫລາຍກວ່າ 150 ເຄື່ອງ, ມີຜູ້ສົນໃຈລົງທະບຽນໃຊ້ແລ້ວປະມານ 10,000 ຄົນ ໂດຍທີ່ທາງທະນາຄານຈະຄ່ອຍໆພັດທະນາ ແລະ ຂະຫຍາຍຕູ້ເອທີເອັມອອກໄປອີກປະມານ 400 ຕູ້. ສ່ວນກະແສຕອບຮັບແມ່ນມີທັງການຮັບແະກັນໃນລະບົບໃຫມ່ຂອງທະນາຄານທີ່ເບີ່ງຄືຈະປອດໄພຫລາຍກວ່າການໃສ່ລະຫັດເອທີເອັມ ແຕ່ສຳລັບບາງຈຳນວນແມ່ນຍັງບໍ່ຫມັ້ນໃຈກັບເຕັກໂນໂລຊີດັ່ງກ່າວວ່າເປັນລະບົບທີ່ສົມບຸນແລ້ວຫລືຍັງ ເພາະຄິດວ່າໃຫ້ຄົນອື່ນ ຫລື ທະນາຄານ ຮູ້ຂໍ້ມູນສ່ວນຕົວຫນ້ອຍສຸດຈະເປັນການດີກວ່າ, ຂະນະທີ່ເຈົ້າຫນ້າທີ່ລະດັບສູງຂອງທະນາຄານ BOCH ລະບຸວ່າ ລະບົບນີ້ແມ່ນຈົດຈຳຮູບປະພັນຂອງທຸກຄົນ ແລະ ບໍ່ສົ່ງຜົນກະທົບຈາກພາວະແວດລ້ອມ ຫລື ປັດໄຈພາຍນອກ ເຊັ່ນ ຜິວມັນ ຫລື ຜິວມີຮອຍຫ່ຽວຍານ.
ແຫລ່ງຂ່າວຕ່າງປະເທດ TNA


ไม่มีความคิดเห็น: