ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫລວງດາມັສກັສ, ປະເທດຊີເຣຍ ເມື່ອວັນທີ 16 ມັງກອນ ວ່າກະຊວງການຕ່າງປະເທດຊີເຣຍອອກຖະແຫລງການເມື່ອວັນຈັນ ຕໍ່ການປະນາມແຜນການຂອງສະຫະລັດທີ່ກຳລັງລວບລວມສະມາຊິກນັກຮົບທ້ອງຖີ່ນໃຫ້ໄດ້ປະມານ 30,000 ຄົນ ສ່ວນໃຫຍ່ແມ່ນເປັນສະມາຊິກຂອງກອງກຳລັງປະຊາທິປະໄຕຊີເຣຍ (SDF) ເປັນການຮວມຕົວລະຫວ່າງກອງກຳລັງປ້ອງກັນ ຊາວເຕີກ (YGP) ເພື່ອຈັດຕັ້ງເປັນ ກອງກຳລັງຄວາມຫມັ້ນຄົງ ໃຫ້ປະຈຳການຕາມເຂດຊາຍແດນທາງເຫນືອຂອງຊີເຣຍທີ່ຕິດກັບພາກໃຕ້ຂອງຕວັກກີ, ທັງນີ້ຖືວ່າເປັນການເຈດຕະນາຮຸກຮານ ແລະ ໂຈມຕີອະທິປະໄຕ ບູລະນາພາບແຫ່ງດິນແດນ ອີກທັງຍັງເປັນການລະເມີດກົດຫມາຍລະຫວ່າງປະເທດຢ່າງຮ້າຍແຮງ.
ລັດຖະບານດາມັສກັສ, ປະເທດຊີເຣຍ ຖະແຫລງການເຕືອນວ່າ ບຸກຄົນສັນຊາດຊີເຣຍໃດກໍຕາມທີ່ເຂົ້າຮ່ວມກັບກອງກຳລັງດັ່ງກ່າວ ຈະຖືວ່າເປັນການກໍ່ກະບົດຕໍ່ແຜ່ນດິນ ແລະ ຈະຖືກດຳເນີນຄະດີຕໍ່ກົດຫມາຍ ພ້ອມທັງຢືນຢັນວ່າກອງທັບຊີເຣຍຈະຂັບໄລ່ກອງກຳລັງຂອງສະຫະລັດອອກໄປຈາກປະເທດໃຫ້ໄດ້.
ຮອງລັດຖະມົນຕີ ກະຊວງການຕ່າງປະເທດລັດເຊຍ ເຊີເກ ລາຟຣອຟ ໄດ້ໃຫ້ຄວາມເຫັນຕໍ່ທາງສະຫະລັດວ່າ ສະຫະລັດກຳລັງລະເມີດຄວາມເປັນເອກະລາດຂອງຊີເຣຍຢ່າງຊັດເຈນ ແລະ ຕັ້ງຄຳຖາມວ່າ ລັດຖະບານວໍຊິງຕັນຫວັງໃຊ້ນະໂຍບາຍນີ້ປູທາງສູ່ການແບ່ງແຍກຊີເຣຍໃນອະນາຄົດໄປຈົນເຖີງພື້ນທີ່ບາງສ່ວນຂອງອີລັກ ແລະ ຕວັກກິນໍາຫລືບໍ?
ດ້ານປະທານາທິບໍດີເຣເຊບ ເທັບຢິບ ເອີໂດກັນ ແຫ່ງອັງກາຣາ, ປະເທດຊີເຣຍ ກ່າວວ່າ ສະຫະລັດຍອມຮັບຢ່າງເປີດເຜີຍແລ້ວວ່າມີແຜນການຈັດຕັ້ງກອງກໍາລັງກໍ່ການຮ້າຍຕາມຊາຍແດນທາງເຫນືອຂອງຊີເຣຍທີ່ຕິດກັບພາກໃຕ້ຂອງຕວັກກີ ດັ່ງນັ້ນ, ພາລະກິດສຳຄັນນັບຈາກນີ້ຂອງກອງທັບຕວັກກີກໍຄື ການທຳລາຍກອງກຳລັງທີ່ວ່ານີ້ໃຫ້ດັບສີ້ນ. ທັງນີ້ລັດຖະບານອັງກາຣາຖືວ່າ (YGP) ເປັນກຸ່ມກໍ່ການຮ້າຍ ແລະ ເປັນພວກດຽວກັນກັບພັກງັນເດີດີສຕັນ (PKK) ທີ່ມີກອງກຳລັງກໍ່ສົງຄາມກັບລັດຖະບານມາຍາວນານກວ່າ 3 ທົດສະວັດເພື່ອແບ່ງແຍກດິນແດນທາງຕອນໃຕ້ຂອງຕວັກກີ.
ຢ່າງໃດກໍຕາມຕໍ່ຖະແຫລງການຂອງກອງທັບ ສະຫະລັດວິຈານຕໍ່ຖ້ອຍຄໍາຖະແຫລງການຂອງຜູ້ນໍາຕວັກກີໃນເລື່ອງນີ້ວ່າ ບໍ່ເມາະສົມ ເນື່ອງຈາກການມີກອງກຳລັງຄວາມຫມັ້ນຄົງທີ່ແຂງແກ່ນຕາມແນວຊາຍແດນທາງເຫນືອຂອງຊີເຣຍຈະເປັນການປ້ອງກັນການເຄື່ອນໄຫວຂອງກຸ່ມ (ISIS) ໃນພື້ນທີ່ ແລະ ຊ່ວຍຄຸ້ມຄອງຄວາມປອດໄພໃຫ້ແກ່ພົນລະເຮືອນຂອງຊີເຣຍນຳ ປັດຈຸບັນ (SDF) ຄວບຄຸມພື້ນທີ່ເກືອບ 25% ໃນພາກເຫນືອ ແລະ ພາກຕາເວັນອອກຂອງຊີເຣຍ.
ແຫລ່ງຂ່າວຕ່າງປະເທດ TNA



ไม่มีความคิดเห็น: