ເພື່ອເປັນການອຳນວຍຄວາມສະດວກ ແລະ ສົ່ງເສີມ ປີທ່ອງທ່ຽວລາວ 2018 ພ້ອມທັງເປັນນະໂຍບາຍ ການຮ່ວມມືຕ່າງປະເທດ. ໃນວັນທີ 25 ທັນວາ 2017 ກະຊວງການຕ່າງປະເທດ, ກົມກົງສູນ ໄດ້ອອກແຈ້ງການເລກທີ 3351/ຕປທ.ກກສ.1 ກ່ຽວກັບ ການຍົກເວັ້ນວິຊາຝ່າຍດຽວ ໃຫ້ແກ່ ພົນລະເມືອງ ທີ່ຖືໜັງສືຜ່ານແດນທຳມະດາ ຂອງປະເທດ ສະແກນດີນາວຽນ ປະກອບມີ ດານມາກ, ນອກແວ, ແຟງລັງ ແລະ ຊູແອດ.
ເຊິ່ງການຍົກເວັ້ນວີຊາ ແກ່ 4 ປະເທດນີ້ ແມ່ນມີຜົນຕະຫຼອດປີ 2018 ໂດຍສາມາດຢູ່ໄດ້ ພາຍໃນເວລາ 15 ວັນ. ປະເທດສະແກນດີນາວຽນມີ ຈຳນວນນັກທ່ອງທ່ຽວເຂົ້າມາລາວ ແມ່ນເພີ່ມຂຶ້ນແຕ່ລະປີ. ສະນັ້ນ, ເພື່ອເປັນການກະຕຸ້ນການທ່ອງທ່ຽວ ລັດຖະບານ ຈິ່ງຍົກເວັ້ນວີຊາ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວປະເທດເຫຼົ່ານີ້.
ເອົາລະນໍ້! ທ່ານໃດມີເພື່ອນມິດສະຫາຍ ຢູ່ 4 ປະເທດນີ້ ກໍ່ບອກເພິ່ນແດ່ເດີ. ຊວນມາທ່ຽວເມືອງລາວແດ່ເດີ.
ເຊິ່ງປະເທດອື່ນໆ ທາງລັດຖະບານ ກໍ່ກຳລັງຄົ້ນຄວ້າ ອາດມີຫຼາຍປະເທດ ທີ່ຈະໄດ້ຮັບການຍົກເວັ້ນວີຊາ ໃນປີທ່ອງທ່ຽວລາວ 2018 ນີ້.


ไม่มีความคิดเห็น: