728x90 AdSpace

Ads[none]

Ads[none]

วันพฤหัสบดีที่ 4 มกราคม พ.ศ. 2561

ຝ່າຍລາວ ສະເໜີໃຫ້ຝ່າຍກຳປູເຈຍ ຖອນກຳລັງ ແລະ ຢຸດເຊົາການດຳເນີນກິດຈະການຕ່າງໆບໍລິເວນຊາຍແດນ ແກ້ງ ຕໍມໍຄອຍ-ຫ້ວຍຕະເງົາ


ກອງປະຊຸມຄະນະກຳມະ ການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປລາວ-ກຳປູເຈຍ,ກຳປູເຈຍ- ລາວຄັ້ງທີIII ຫຼື GBC ລາວ- ກຳປູເຈຍ ຈັດຂຶ້ນໃນລະຫວ່າງ ວັນທີ 23-26 ທັນວາ 2017 ຜ່ານມາທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານພົນຈັດຕະວາ ສີພັນ ພຸດທະ ວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ, ປະທານຄະນະ ກຳມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປລາວ-ກຳປູເຈຍ ແລະ ທ່ານພົນໂທ ເສຍໂຊຈຽດ ຮອງເສນາທິການຮ່ວມ, ຫົວໜ້າ ກົມກິດຈະການຊາຍແດນກອງ ບັນຊາການທະຫານສູງສຸດ, ປະທານຄະນະກຳມະການຮ່ວມ ມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນທົ່ວໄປກຳປູ ເຈຍ-ລາວ ພ້ອມດ້ວຍຄະນະກຳ ມະການ ແລະ ເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ.

-ສອງຝ່າຍສະໜັບສະໜູນຕໍ່ຖະ ແຫຼງການຮ່ວມລະຫວ່າງນາຍົກ ລັດຖະມົນຕີແຫ່ງສາທາລະນະ ລັດ ປະຊາທປະໄຕ ປະຊາຊົນ ລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນວັນທີ 12 ສິງຫາ 2017 ທີ່ ນະຄອນຫຼວງວຽງຈັນ ແລະ ການພົບປະສອງຝ່າຍໃນວັນທີ 1 ກັນຍາ 2017 ຜ່ານມາທີ່ນະຄອນ ຫຼວງພະນົມເປັນ, ເຊິ່ງທັງສອງ ນາຍົກລັດຖະມົນຕີເຫັນດີໃຫ້ ຖອນກຳລັງຂອງທັງສອງຝ່າຍ ອອກຈາກພື້ນທີ່ຊາຍແດນບໍລິ ເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ລະຫວ່າງ ເມືອງສະໜາມໄຊ ແຂວງອັດຕະປື ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວ ກັບເມືອງ ແສນປາງ ແຂວງ ຊຽງແຕງ ຣາຊະອານາຈັກກຳປູ ເຈຍ ເຊິ່ງເປັນບໍລິເວນຊາຍແດນ ທີ່ຍັງຄົງຄ້າງມິດຕະພາບຮ່ວມ ກັນ, ເຫັນດີໃຫ້ຄະນະກຳມະການ ຊາຍແດນຮ່ວມລາວ-ກຳປູເຈຍ ລົງສຳຫຼວດ ແລະ ປັກຫຼັກໝາຍ ຊາຍແດນຢູ່ບໍລິເວນດັ່ງກ່າວ ຮ່ວມກັນໂດຍໄວ.



-ກອງປະຊຸມຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກຳປູເຈຍຄັ້ງທີ III ນີ້ຝ່າຍ ລາວໄດ້ສະເໜີໃຫ້ຝ່າຍກຳປູເຈຍ ຖອນກຳລັງທັງໝົດ ແລະ ຢຸດ ເຊົາການດຳເນີນກິດຈະການ ຕ່າງໆຢູ່ບໍລິເວນຊາຍແດນ ແກ້ງ ຕໍມໍຄອຍ-ຫ້ວຍຕະເງົາ ທີ່ຍັງເປັນ ບໍລິເວນຊາຍແດນທີ່ຄົງຄ້າງ ແລະ ສະເໜີໃຫ້ຄະນະກຳມະການ ເຕັກນິກຊາຍແດນຮ່ວມລາວ- ກຳປູເຈຍ, ກຳປູເຈຍ-ລາວ ລົງ ສຳຫຼວດ ແລະ ປັກຫຼັກໝາຍຊາຍ ແດນຮ່ວມກັນໂດຍໄວຕາມການ ຕົກລົງຂອງສອງນາຍົກລັດຖະ ມົນຕີລາວ-ກຳປູເຈຍ.


- ຝ່າຍລາວສະເໜີໃຫ້ຝ່າຍກຳ ປູເຈຍຍົກຍ້າຍການກໍ່ສ້າງເຮືອນ ທີ່ເລິກເຂົ້າມາໃນດິນລາວຈຳ ນວນ 3 ຫຼັງ ແລະ ຕິດເສັ້ນຊາຍ ແດນຈຳນວນ 6 ຫຼັງ ຢູ່ບໍລິເວນ ຫຼັກໝາຍຊາຍແດນທີ່ສອງຝ່າຍ ໄດ້ເອກະພາບປັກຫຼັກໝາຍສຳ ເລັດແລ້ວ.


- ນອກນັ້ນສອງຝ່າຍເຫັນດີເປັນ ເອກະພາບໃນການປົກປັກຮັກ ສາຄວາມສະຫງົບ,ຄວາມເປັນ ລະບຽບຮ້ອຍຕາມຊາຍແດນ ຂອງສອງປະເທດ.


ແຕ່ວ່າກອງປະຊຸມຄະນະກຳ ມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ກຳປູເຈຍ ຄັ້ງນີ້ບໍ່ ໄດ້ລົງນາມຮ່ວມກັນ, ຍ້ອນເຫດ ຜົນສອງຝ່າຍຍັງມີຄວາມຄິດ ເຫັນທີ່ແຕກຕ່າງກັນ ; ສະນັ້ນສອງ ຝ່າຍຍັງຈະໄດ້ສືບຕໍ່ລາຍງານຂໍ ທິດຊີ້ນຳຈາກຂັ້ນເທິງຂອງຕົນ ເພື່ອຮ່ວມກັນແກ້ໄຂໂດຍສັນຕິວິທີ ໂດຍໄວ.




ແຫລ່ງທີ່ມາຈາກຫນັງສືພິມກອງທັບປະຊາຊົນລາວ

ຝ່າຍລາວ ສະເໜີໃຫ້ຝ່າຍກຳປູເຈຍ ຖອນກຳລັງ ແລະ ຢຸດເຊົາການດຳເນີນກິດຈະການຕ່າງໆບໍລິເວນຊາຍແດນ ແກ້ງ ຕໍມໍຄອຍ-ຫ້ວຍຕະເງົາ Reviewed by admin on มกราคม 04, 2561 Rating: 5 ກອງປະຊຸມຄະນະກຳມະ ການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປລາວ-ກຳປູເຈຍ,ກຳປູເຈຍ- ລາວຄັ້ງທີIII ຫຼື GBC ລາວ- ກຳປູເຈຍ ຈັດຂຶ້ນໃນລະຫວ່າງ ວັນ...

ไม่มีความคิดเห็น:

Ads[none]